ປະກາດຮັບໃບສະໝັກຄຳຮ້ອງທຶນໂຄງການຊ່ວຍເຫຼືອລ້າ
ARTS NETWORK ASIA (ANA) ປະຈຳປີ 2012


Arts Network Asia (ANA) ຂໍເຊີນຊວນສິລະປິນ, ຜູ້ເຮັດວຽກງານດ້ານວັດທະນະທຳ ແລະ ຊຸມຊົນດ້ານສິລະປະໃນທະວີບອາຊີເຂົ້າຮ່ວມສະໝັກທຶນໂຄງການຊ່ວຍເຫຼືອລ້າ ANA ປະຈຳ ປີ 2012.


ANA
ໃຫ້ການສະໜັບສະໜູນບັນດາໂຄງການທີ່ໄດ້ຮັບຈັດຕັ້ງປະຕິບັດໂດຍສິລະປີນອາຊີທີ່ອາໄສຢູ່ທະ ວີບອາຊີ; ເປັນໂຄງການທີ່ໄດ້ລິເລີ່ມ ແລະ ຈັດຕັ້ງຢູ່ໃນອາຊີ, ມີສ່ວນພົວພັນກັບສິລະປິນ ແລະ ຊຸມຊົນ ດ້ານສິລະປະອາຊີ; ແລະ ທັງເປັນໂຄງການທີ່ຈະຮັກສາ ແລະ ມຸ່ງເນັ້ນໃສ່ພາກພື້ນອາຊີຕາ ເວັນອອກ ສຽງໃຕ້ (Southeast Asia). ANA ຈະພິຈາລະນາໂຄງການທີ່ສົ່ງເສີມການແລກປ່ຽນ ແລະ ການຮ່ວມມື ຂອງຫຼາກຫຼາຍຊຸມຊົນ ແລະ ວັດທະນະທຳ ພາຍໃນທະວີບອາຊີ.

ພວກເຮົາມີຄວາມສົນໃຈໃນວຽກງານປະສົບການທີ່ເກີດຂຶ້ນໃນສະໄໝໃໝ່ຂອງອາຊີ ລວມເຖິງຄວາມສຳ ພັນທາງດ້ານຮີດຄອງປະເພນີດັ້ງເດີມຕ່າງໆຂອງອາຊີ, ເຊິ່ງລວມມີການສະແດງອອກທາງດ້ານຖ້ອຍຄຳ, ຄວາມຮູ້ສຶກທີ່ນຳໃຊ້ໃນຊຸມຊົນເມືອງໃຫຍ່, ສິລະປະສະໄໝໃໝ່ ແລະ ຄວາມສຳພັນທີ່ມີຕໍ່ສິລະປະດັ້ງ ເດີມ ພ້ອມທັງຄວາມຂັດແຍ່ງລະຫວ່າງສິລະປະດັ້ງເດີມຕ່າງໆ.

ANA ສະໜັບສະໜູນການຮ່ວມມື ແລະ ການແລກປ່ຽນວັດທະນະທຳອັນຫຼາກຫຼາຍຕ່າງໆ ລະຫວ່າງບັນ ດາປະເທດພາຍໃນຂົງເຂດອາຊີ ແລະ ມີຈຸດປະສົງໃນການຮວບຮວມເອົາອົງປະກອບຕ່າງໆຈາກລະດັບ ທ້ອງຖິ່ນໄປສູ່ລະດັບໂລກ.

ANA ໄດ້ວາງມາດຖານໃນການຄັດເລືອກໂຄງການດັ່ງນີ້:


ANA ສະໜັບສະໜູນໂຄງການໂດຍການໃຫ້ທຶນຈາກລະດັບ US$1,500 – 7,500 ຕໍ່ໜຶ່ງໂຄງການ, ແລະ ເປີດໃຫ້ການສະໜັບສະໜູນເພີ່ມສຳລັບໂຄງການທີ່ກຳລັງດຳເນີນງານ ຫຼື ໂຄງການໃໝ່ທີ່ຫາກໍ່ ລິລີ່ມ. ບົດສະເໜີຕິດຕາມໂຄງການທີ່ໄດ້ເຮັດຜ່ານມາໂດຍການສະໜັບສະໜູນຂອງ ANA ກໍ່ຍັງສາມາດ ຮັບຮອງໄດ້.

ຂັ້ນຕອນສຳຄັນໃນການສົ່ງບົດສະເໜີໂຄງການ

ໃບສະເໜີຂະໜາດເຈ້ຍ A4 ໜຶ່ງໜ້າ ພ້ອມໃບຊີວະປະຫວັດຫຍໍ້ປະມານ 200 ຄຳ, ຈັດເກັບເອກະສານ ລວມກັນເປັນໄຟລ໌ PDF ພຽງໄຟລ໌ດຽວ ແລ້ວຕ້ອງສົ່ງຜ່ານທາງເວັບໄຊດ໌ຂອງ ANA ທີ່ (www.artsnetworkasia.org) ທ່ານສາມາດສົ່ງໃບສະເໜີໄດ້ຕັ້ງແຕ່ວັນທີ 30 ພະຈິກ ເປັນຕົ້ນໄປ ຈົນເຖິງ ວັນທີ 31 ທັນວາ ປີ 2011. ໃບສະເໜີສາມາດຂຽນເປັນພາສາອັງກິດ ຫຼື ພາສາໃດໜຶ່ງດັ່ງຕໍ່ໄປນີ້ (ຈີນ, ອິນໂດເນເຊຍ, ກຳປູເຈຍ, ເກົາຫຼີ, ລາວ, ສິງຫົນ(Sinhalese), ຕາມິວ, ໄທ ແລະ ຫວຽດນາມ). ໃບສະເໜີຂະໜາດເຈ້ຍ A4 ໜຶ່ງໜ້າຈະຕ້ອງປະກອບມີຂໍ້ມູນກ່ຽວກັບເນື້ອໃນ, ປັດຊະຍາ ແລະ ຈຸດປະສົງ ຂອງໂຄງການ. ຜູ້ສະໝັກໜຶ່ງຄົນສາມາດສົ່ງໃບສະໝັກໄດ້ພຽງໜຶ່ງສະບັບເທົ່ານັ້ນ.


ຖ້າມີບັນຫາໃນການສະໝັກອອນໄລນ໌ ຫຼື
ທ່ານບໍ່ສາມາດສະໝັກອອນໄລນ໌ໄດ້ເນື່ອງຈາກສະພາບການ ຈຳກັດໃນຂົງເຂດທີ່ທ່ານອາໄສຢູ່, ກະລຸນາຕິດຕໍ່ ana.directory@gmail.com ຫຼື
ແຟັກ: +65-6737-7013.


ANA ຈະແນະນຳ ແລະ
ຕິດຕໍ່ຜູ້ເຂົ້າສະໝັກທີ່ສາມາດສົ່ງໃບສະເໜີຄົບຖ້ວນຖືກຕ້ອງຕາມມາດຖານທີ່ ກຳນົດໄວ້ໃຫ້ຈັດສົ່ງໃບສະເໜີສະບັບສົມບູນແບບພ້ອມລາຍລະອຽດຕ່າງໆອີກຄັ້ງໜຶ່ງ.

ໃບສະເໜີສະບັບສົມບູນແບບລວມເຖິງລາຍລະອຽດທາງດ້ານງົບປະມານຈະຕ້ອງໄດ້ຖືກຈັດສົ່ງກ່ອນ ຫຼື ວັນທີ 29 ເດືອນກຸມພາ ປີ 2012 ແລະ ຜູ້ສະໝັກທີ່ໄດ້ຮັບການຄັດເລືອກຈະໄດ້ຮັບແຈ້ງພາຍໃນ ວັນທີ 31 ເດືອນມີນາ ປີ 2012.

ທ່ານສາມາດເຂົ້າເບິ່ງບັນດາໂຄງການຜ່ານມາທີ່ໄດ້ຮັບການສະໜັບສະໜູນຈາກ ANA ເພື່ອເປັນການ ອ້າງອີງ ໄດ້ທີ່ເວັບໄຊດ໌ຂອງພວກເຮົາ. (www.artsnetworkasia.org)

ເພື່ອເປັນການຊຸກຍູ້ການເຊື່ອມໂຍງເຄືອຂ່າຍພາຍໃນອາຊີ, ເມື່ອໄດ້ຮັບໃບສະໝັກຂອງທ່ານ, ANA ຈະປະກອບຜູ້ສະເໜີ (ບຸກຄົນ, ກຸ່ມ/ອົງກອນ) ພ້ອມທັງຂໍ້ມູນການຕິດຕໍ່ (ອີເມລ, ເວັບໄຊດ໌, ທີ່ຢູ່, ເບີໂທ ລະສັບ ແລະ ເບີແຟັກ) ພ້ອມທັງຊີວະປະຫວັດຫຍໍ້ຂອງຜູ້ເຂົ້າສະໝັກເທິງໜ້າເວັບໄຊດ໌ຂອງພວກເຮົາ.

ຖ້າມີສະມາຊິກຜູ້ຕາງໜ້າຂອງ ANA ຕັ້ງຢູ່ປະເທດຂອງທ່ານ, ທ່ານສາມາດປຶກສາຂໍຄວາມຊ່ວຍເຫຼືອໄດ້. ທ່ານສາມາດກວດເບິ່ງບັນດາສະມາຊິກຜູ້ຕາງໜ້າຂອງ ANA ໄດ້ທີ່ເວັບໄຊດ໌ຂອງ ANA.

ສຳລັບຂໍ້ມູນເພີ່ມເຕີມ, ທ່ານສາມາດຕິດຕໍ່ໄດ້ນຳ Tay Tong, ຜູ້ບໍລິຫານຂອງ ANA ໄດ້ທີ່taytong@theatreworks.org.sg ຫຼື ແຟັກ: +65-6737-7013.

 

Arts Network Asia (ANA) ແມ່ນຖືກສ້າງຕັ້ງຂຶ້ນໃນປີ 1999 ໂດຍ ທ່ານ ອົ່ງ ເຄັ່ງ ເຊັ່ງ ແລະ TheatreWorks ສິງກະໂປ ເຊິ່ງເປັນ ກຸ່ມສິລະປິນ, ກຸ່ມສິລະປະກອນ ແລະ ກຸ່ມນັກກິດຈະກຳ ຈຳນວນຫນຶ່ງ, ເພື່ອເປັນການເປີດທາງໃຫ້ກັບ ວຽກງານທາງດ້ານວັດທະນະທຳຂ້າມພົມແດນໃນ ຂົງເຂດຕ່າງໆທີ່ຊຸກຍູ້ ແລະ ສະໜັບສະໜູນ ການຮ່ວມມືສິລະປະທາງພາກພື້ນກໍ່ຄືພັດທະນາຄວາມ ສາມາດທາງດ້ານບໍລິຫານງານຕ່າງໆພາຍ ໃນຂົງເຂດອາຊີ.

ANA ໄດ້ແຮງບັນດານໃຈໃນການດຳເນີນງານຈາກຫລັກການການຮ່ວມມືທີ່ມີ ຄວາມຫມາຍ, ຈຳແນກ ຄວາມແຕກຕ່າງດ້ວຍການເຄົາລັບນັບຖືເຊິ່ງກັນແລະກັນ, ໄດ້ເປັນຜູ້ລິເລີ່ມ ໃນພາກພື້ນອາຊີ ແລະ ດຳເນີນງານໄປພ້ອມໆກັບສິລະປິນ ແລະ ຊຸມຊົນສິລະປະກອນພາຍໃນພາກພື້ນ. ທາງ ANA ປັດຈຸບັນ ດຳເນີນງານທັງຫມົດເປັນ 11 ພາສາ.

ANA ຊຸກຍູ້ ແລະ ສະໜັບສະໜູນການຮ່ວມ ແລະ
ແລກປ່ຽນທາງດ້ານວັດທະນຳທຳພາຍໃນຂົງເຂດ ທະວີບອາຊີ ຜ່ານໂຄງການທຶນຊ່ວຍເຫຼືອລ້າໃນແຕ່ລະປີ, ເຊິ່ງຕັດສິນໂດຍບັນດາ 9 ສະມາຊິກຜູ້ຕາງໜ້າ ທີ່ຮັບຜິດຊອບໃນພະແນກສາຂາທີ່ແຕກຕ່າງກັນທົ່ວທະວີບອາຊີ. ນອກຈາກນີ້, ANA ຍັງໄດ້ມອບທຶນ ການເດີນທາງທີ່ອຳນວຍການຮ່ວມມື, ການວິໄຈ, ສ້າງເຄືອຂ່າຍ ແລະ ການສົນທະນາທົ່ວທ້ອງຖິ່ນ ແລະ ຊຸມຊົນໃນພາກພື້ນອີກດ້ວຍ. ການໃຫ້ທຶນແມ່ນໃຫ້ສະເພາະນັກສິລະປິນ ແລະ ກຸ່ມຄົນທີ່ເຮັດວຽກງານ ກ່ຽວກັບສິລະປະ ທີ່ຕ້ອງໄດ້ເດີນທາງພາຍໃນຂົງເຂດອາຊີເປັນສ່ວນໃຫຍ່. ໃບສະໝັກໃນການຂໍທຶນ ການເດີນທາງແມ່ນເປີດຕະຫຼອດປີ.

ANA ໄດ້ຮັບການສະໜັບສະໜູນ ຈາກມູນນິທິ ຟອດ
ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາເຂົ້າຊົມໄດ້ທີ່ www.artsnetworkasia.org